ເຄື່ອງມືສ້າງເພລລິດ AI
ສ້າງເພລລິດດ້ວຍເຄື່ອງມືສ້າງເພລລິດ AI ແນວໃດ?
ພ້ອມຄົ້ນພົບເພລລິດທີ່ປັບແຕ່ງມາເພື່ອທ່ານໂດຍສະເພາະແລ້ວບໍ? ພຽງເປີດແຖບ ເພລລິດ ແລ້ວເລືອກປຸ່ມ “ເພລລິດ AI”. ອະທິບາຍສິ່ງທີ່ທ່ານຕ້ອງການ - ແນວເພງ, ອາລົມ, ເຄື່ອງດົນຕີ ຫຼື ລາຍລະອຽດສະເພາະອື່ນໆ - ແລ້ວ AI ຈະສະແດງຄວາມມະຫັດສະຈັນ. ເມື່ອເພລລິດຂອງທ່ານພ້ອມແລ້ວ, ທ່ານຈະໄດ້ຮັບການແຈ້ງເຕືອນ ແລະ ເພລລິດຈະປາກົດໃນແຖບ ເພລລິດ ໃຫ້ທ່ານເພີດເພີນກັບການຟັງ.
ຕົວຢ່າງຄຳສັ່ງ
“ເພລລິດອິນດີ້ສະບາຍໆ ທີ່ມີສຽງຮ້ອງລ່ອງລອຍຄືຝັນ ແລະ ຈັງຫວະອີເລັກໂທຣນິກແບບມິນິມອລ ເພື່ອຊ່ວຍໃຫ້ຂ້ອຍຜ່ອນຄາຍ.”
“ຂ້ອຍຢາກໄດ້ເພງມິກສຳລັບຂັບລົດທ່ອງທ່ຽວ ທີ່ມີເພງຮິດຄັນທຣີສຸດມ່ວນ ແລະ ຊອຟຣັອກທີ່ຊວນຄິດຮອດອະດີດ.”
“ເພງແອມບຽນ ແລະ ນີໂອໂຊລ ຜະສົມກັນແບບນຸ້ມນວນ ສຳລັບອ່ານໜັງສືຍາມເດິກ.”
ລອງໃຊ້ຄຳສັ່ງທີ່ແຕກຕ່າງກັນ ເພື່ອໃຫ້ໄດ້ເພງທີ່ຜະສົມລົງຕົວ ແລະ ເຂົ້າກັບອາລົມຂອງທ່ານ. ບໍ່ວ່າທ່ານຈະຢາກໄດ້ເພງທີ່ເຕັມໄປດ້ວຍພະລັງ ຫຼື ເພງຟັງສະບາຍໆ ຜ່ອນຄາຍ, ເຄື່ອງມືສ້າງເພລລິດ AI ຈະມອບເພງທີ່ຄັດມາເພື່ອທ່ານໂດຍສະເພາະ ພຽງປາຍນິ້ວ. ຂໍໃຫ້ມ່ວນກັບເພງ!